ໂຈ໋ ເອີນຫຼາຍ
Appearance
ໂຈ໋ເອີນຫຼາຍ ( ພາສາຈີນ 周恩来 ເກີດເມື່ອວັນທີ 5 ມີນາ 1898 – 8 ມັງກອນ 1976) ເຄີຍເປັນນາຍົກລັດຖະມົນຕີຄົນທຳອິດຂອງສາທາລະນະລັດປະຊາຊົນຈີນ ດຳລົງ ຕຳແໜ່ງແຕ່ ວັນທີ 1 ຕຸລາ 1949 ຈົນເຖິງການເສຍຊີວິດໃນ ວັນທີ 8 ມັງກອນ 1976. ທ່ານໂຈ໋ ໄດ້ດຳລົງຕຳແໜ່ງຢູ່ພາຍໃຕ້ການເປັນປະທານຂອງ ທ່ານ ເມົາ ເຈີຕຸງ ແລະ ໄດ້ຊ່ວຍໃຫ້ ພັກກອມມູນິດຈີນ ຂຶ້ນກຳອຳນາດ, ໃນເວລາຕໍ່ມາໄດ້ຊ່ວຍເຫຼືອການຄວບຄຸມ, ສ້າງ ນະໂຍບາຍການຕ່າງປະເທດ, ແລະ ພັດທະນາ ເສດຖະກິດຈີນ.